ແຈ້ງການກໍ່ສ້າງຂົວຄົນຍ່າງຂ້າມທາງຢູ່ຖະໜົນ ໄກສອນ ພົມວິຫານ ຫຼັກ 5 ຕໍ່ໜ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ

0
97

ວັນທີ 7 ມີນາ 2023 ຜ່ານມານີ້ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ແຈ້ງໃຫ້ຊາວວ່າ: ຈະການກໍ່ສ້າງຂົວຄົນຍ່າງຂ້າມທາງຢູ່ຖະໜົນ ໄກສອນ ພົມວິຫານ (ຫຼັກ 5 ຕໍ່ໜ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ) ເພື່ອເປັນການຊ່ວຍຫຼຸດຜ່ອນ ແລະ ແກ້ໄຂການສັນຈອນແອອັດ, ແນໃສ່ເຮັດໃຫ້ການສັນຈອນໄປມາ ຂອງພາຫະນະມີຄວາມສະດວກວ່ອງໄວ ແລະ ໃຫ້ມີຄວາມປອດໄພ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການມາຍັງສໍານັກງານ, ອົງ ການຈັດຕັ້ງລັດ-ສາກົນ, ພະນັກງານ, ທະຫານ, ຕໍາຫຼວດ ນັບທັງພໍ່ແມ່ປະຊາຊົນ, ນັກທຸລະກິດ, ຊາວຄ້າຂາຍ ແລະ ຜູ້ນໍາໃຊ້ລົດໃຊ້ຖະໜົນທັງຫມົດ ຈົ່ງໄດ້ຮັບຮູ້ ແລະ ປະຕິບັດໜ້າທີ່ດັ່ງນີ້:

1.ນັບແຕ່ວັນທີ 8/03/2023 ຈະໄດ້ເລີ່ມລົງມືກໍ່ສ້າງຂົວຄົນຍ່າງຂ້າມທາງຢູ່ຖະໜົນໄກສອນ ພົມວິຫານ (ຫຼັກ 5 ຕໍ່ໜ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ) ເປັນຕົ້ນໄປ ມີກໍານົດ 4 ເດືອນ;

2.ຈະໄດ້ອ້ອມຮົ້ວບໍລິເວນຕີນເສົາ 2 ເບື້ອງ ທີ່ມີການກໍ່ສ້າງເປັນໄລຍະເວລາ 4 ເດືອນ; 3.ຈະໄດ້ອ້ອມຝາກັ້ນດ້ວຍອາລູຊິງກໍ້ໜຶ່ງເວລາປະກອບຂາງຂົວ ເປັນໄລຍະເວລາ 10 ວັນ ແມ່ນສໍາເລັດ;

4.ຈະໄດ້ຕັນດອນກາງທາງບ່ອນລົດລ້ຽວກັບເປັນການຊົ່ວຄາວໃນໄລຍະເວລາມີການກໍ່ສ້າງ; 5.ນັກຂັບຂີ່ທຸກຄົນຕ້ອງໄດ້ປະຕິບັດຕາມລະບຽບ ແລະ ປະຕິບັດຕາມການລະບາຍລົດຂອງເຈົ້າໜ້າທີ່ຕາມຈຸດຕ່າງໆ;

6.ຊ່ວງເວລາມີການກໍ່ສ້າງປະເພດລົດຂົນສົ່ງສິນຄ້າ ແລະ ໂດຍສານຂະໜາດໃຫຍ່ ບໍ່ມີຄວາມຈໍາເປັນຫ້າມບໍ່ໃຫ້ມານໍາໃຊ້ເສັ້ນທາງນີ້ໃຫ້ໄປນໍາໃຊ້ເສັ້ນທາງອື່ນແທນ ຈົນກວ່າການກໍ່ສ້າງສໍາເລັດ;

7.ມອບໃຫ້ຫ້ອງການ ຍທຂ ປະຈໍາ 9 ຕົວເມືອງ ພະແນກການຕ່າງໆອ້ອມຂ້າງນະຄອນຫຼວງວຽງຈັນ ໄດ້ຊ່ວຍຈັດ ຕັ້ງເຜີຍແຜ່ໃຫ້ທຸກຄົນໄດ້ຮັບຮູ້ຢ່າງທົ່ວເຖິງ;

8.ມອບໃຫ້ຂະແຫນງຂົນສົ່ງ ພະແນກ ຍທຂ.ນວ ພົວພັນກັບ ພະແນກ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ. ນວ ເພື່ອອອກຂ່າວສື່ມວນຊົນຫນັງສືພິມ ແລະ ໂທລະພາບ;

9.ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ທຸກພາກສ່ວນຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງ ປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.