ແຕ່ງຕັ້ງ ນ້ອງປ່າເຢັ້ງຊາລໍ່ ມິສຢູນີເວີດລາວ 2022 ເປັນ Brand Ambassador ທະນາຄານອິນໂດຈີນຢ່າງເປັນທາງການ

0
302

ນ້ອງປ່າ ຫຼື ປ່າເຢັ້ງຊາ ລໍ່ ມິສຢູນີເວີດລາວ 2022 ໄດ້ຮັບການແຕ່ງຕັ້ງເປັນ Brand Ambassador ທະນາຄານອິນໂດຈີນ ຢ່າງເປັນທາງການ.

ງານຖະແຫຼງຂ່າວເປີດຕົວ ຈັດຂື້ນໃນວັນທີ 8 ມີນາ 2023 ທີ່ ສຳນັກງານໃຫຍ່ ທະນາຄານອິນໂດຈີນ. ບັນຍາກາດພາຍໃນງານດຳເນີນໄປຢ່າງອົບອຸ່ນ ໂດຍເປັນກຽດເຂົ້າຮ່ວມງານໂດຍ ຄະນະຜູ້ບໍລິຫານທະນາຄານອິນດູຈີນ ປະກອບມີ ທ່ານນາງ ຖາວອນ ວົງສົມບັດ ປະທານສະພາບໍລິຫານ, ທ່ານນາງ ຈັນເພງ ວົງສົມບັດ ຜູ້ອຳນວຍການໃຫຍ່,

ທ່ານ ບຸນເຮັ່ງ ສຸພິດາ ຮອງຜູ້ອຳນວຍການໃຫຍ່, ທ່ານ ວໍລະເດດ ພັນແພງດີ ຮອງຜູ້ອຳນວຍກັນໃຫຍ່, ນອກນັ້ນຍັງມີພະນັກງານ ທະນາຄານອິນໂດຈີນ, ສື່ມວນຊົນ, ແຂກຜູ້ມີກຽດ ແລະ ຜູ້ຕາງໜ້າກອງປະກວດ ນາງງາມຈັກກະວານລາວ ກໍໄດ້ໃຫ້ກຽດເຂົ້າຮ່ວມ.

ການປະຕິບັດ ພາລະກິດຮ່ວມກັນຄັ້ງນີ້ ແມ່ນມຸ້ງເນັ້ນໃສ່ ການຊ່ວຍເຫຼືອສັງຄົມ ສົ່ງເສີມບັນດາກິດຈະກຳທີ່ສ້າງສັນ ແລະ ເປັນປະໂຫຍດຕໍ່ສັງຄົມ ເຊັ່ນ: ກິດຈະກຳເພື່ອສຸຂະພາບ, ກິດຈະກຳສົ່ງເສີມຄຸນະພາບດ້ານການສຶກສາ, ເວທີສົ່ງເສີມຄວາມຄິດສ້າງສັນ ຂອງໄວໜຸ່ມ, ວຽກງານສິ່ງແວດລ້ອມ ແລະ ອີກຫຼາກຫຼາຍກິດຈະກຳ ພາຍໃຕ້ຊື່

ໂຄງການ “ສານຝັນປັນຮັກ” ທີ່ເປັນປະໂຫຍດແກ່ສ່ວນລວມກໍຄືສັງຄົມລາວ. ຈາກທັງ 2 ໂຄງການ “IB ສານຝັນປັນຮັກ ” ໂດຍ ທະນາຄານອິນໂດຈີນ ແລະ ໂຄງການ “ຜູ້ມີຄວາມຫວັງ ແບ່ງປັນນ້ຳໃຈ” ທີ່ຂັບເຄື່ອນໂດຍ ປ່າເຢັ້ງຊາ ລໍ່ ຈະກາຍເປັນພະລັງທີ່ສົ່ງເສີມກັນ ແລະ ກັນ ເປັນຄຸນຄ່າທີ່ທະວີຄູນ ເພື່ອປະໂຫຍດສູງສຸດແກ່ສັງຄົມລາວ.

ເປັນກຽດກ່າວຕ້ອນຮັບ ແລະ ເປີດຕົວBrand Ambassador ຢ່າງເປັນທາງການ ໂດຍ ທ່ານນາງ ຈັນເພັງ ວົງສົມບັດ ຜູ້ອຳນວຍການໃຫຍ່ ທະນາຄານອິນໂດຈີນ, ທ່ານໄດ້ກ່າວວ່າ: ທະນາຄານອິນໂດຈີນ ແລະ ປ່າເຢັ່ງຊາ ແມ່ນມີປະນິທານ ແລະ ຄວາມມຸ້ງຫມັ້ນ ໄປໃນທາງດຽວກັນ ພວກເຮົາຈຶ່ງໄດ້ໂຄຈອນມາພົບກັນໃນເວລາອັນເໝາະສົມນີ້

ເພື່ອຮວມພະລັງ ໃນການຂັບເຄື່ອນຄວາມດີ ແລະ ນຳສະເຫນີສິ່ງທີ່ເປັນປະໂຫຍດ ສຸ່ຊົມຊົນແລະ ສັງຄົມຂອງພວກເຮົາ, ພວກເຮົາຍັງໃຫ້ຄວາມສຳຄັນໃນການຊ່ວຍເຫລືອ

ສັງຄົມ ຍົກສູງຄຸນນະພາບຊີວິດ ຂອງຊຸມຊົນ ໂດຍສະເພາະຜູ້ສູງອາຍຸ ແລະ ຜູ້ດ້ອຍໂອກາດ ພ້ອມນັ້ນຍັງສົ່ງເສີມຜູ້ທີ່ມີພອນສະຫວັນ. ເຊິ່ງມັນກົງກັບປະນິທານຊີວິດຂອງຄົນທີ່ມີຄວາມງາມ ທັງພາຍນອກ ແລະ ພາຍໃນ ຄື ປ່າເຢັ່ງຊາ ທີ່ໄດ້ສ້າງຄວາມເອກອ້າງໃຫ້ແກ່ປະຊາຊົນລາວ ໃນເວທີສາກົນ ກໍ່ຄື ເວທີ ນາງງາມຈັກກະວານ.

ພວກເຮົາ ມີເປົ້າຫມາຍສ້າງສັງຄົມໃຫ້ຫນ້າຢູ່ ເຊິ່ງເລີ່ມແຕ່ການສ້າງສັງຄົມພາຍໃນອົງກອນຂອງພວກເຮົາ ພວກເຮົາມີວັດທະນະທຳອົງກອນທີ່ງົດງາມ ແລະ ຢາກເປັນແຮງຈູງໃຈຂອງຄົນໃນສັງຄົມ ໃນການສ້າງຕົນໃຫ້ເປັນຄົນດີ ແບ່ງປັນຄວາມຮັກ ຄວາມເມດຕາ ເອື້ອເຟື້ອໃຫ້ທຸກຄົນທີ່ປິ່ນອ້ອມໃຫ້ໄດ້ຮັບປະໂຫຍດທຸກຝ່າຍ.

ພວກເຮົາພູມໃຈໃນການເປີດໂຕ ຄູ່ຮ່ວມອຸດົມການ ເພື່ອສົ່ງເສີມ ແລະ ສານຝັນຂອງກັນ ແລະ ກັນ ໃຫ້ເກີດປະໂຫຍດສຸງສຸດ ແລະ ເຮັດໃຫ້ຜູ້ຍິງໂຕນ້ອຍໆຄົນໜຶ່ງ ໄດ້ມີກຳລັງໃນການສ້າງສັນສິ່ງດີໆໃຫ້ສັງຄົມໄດ້ຈົດຈຳ ແລະ ເປັນຕົ້ນແບບໃຫ້ໄວຫນຸ່ມ ແລະ ແມ່ຍິງ ທີ່ຈະເປັນອະນາຄົດຂອງຊາດຕໍ່ໄປ ແລະ ເປັນຕົວແທນຂອງທະນາຄານອິນໂດຈີນ ໃນການປະກອບກິດຈະກຳຕ່າງໆ.

ພາຍໃນງານ Brand Ambassador ປ່າເຢັ້ງຊາ ລໍ່ ຍັງໄດ້ເລົ່າຄວາມໃນໃຈວ່າ: ຂ້າພະເຈົ້າ “ປ່າເຢັ້ງຊ່າ ລໍ” ນາງງາມຈັກກະວານລາວ ປີ 2022 ຮູ້ສຶກເປັນກຽດ ແລະ ຂໍສະແດງຄວາມຂອບໃຈມາຍັງທ່ານຜູ້ອຳນວຍການທະນາຄານ ອິນໂດຈີນ ຕະຫຼອດຮອດຄະນະຜູ້ບໍລິຫານ ແລະ ພະນັກງານທີ່ມອບໂອກາດ ແລະ ໜ້າທີ່ອັນເປັນກຽດຢ່າງສູງ

ໃຫ້ຂ້າພະເຈົ້າໄດ້ເປັນ “Brand Ambassador ຄົນທຳອິດຂອງທະນາຄານ ອິນໂດຈີນ” ໃນວັນທີ່ 08 ມີນາ 2023 ວັນແມ່ຍິງສາກົນ ຄົບຮອບ 113 ປີພໍດີ.
ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນດີໃຈທີ່ສຸດ ຄ້າຍຄືດັ່ງຕອນປະກາດໃຫ້ຊະນະ ”ນາງງາມຈັກກະວານລາວ” ຢູ່ເທິງເວທີ ເພາະຂ້າພະເຈົ້າໄດ້ເປັນ “Brand Ambassador” ຄັ້ງທຳອິດໃນຊີວິດ ແລະ ທັງໄດ້ເປັນ Brand Ambassador ຄົນທຳອິດໃຫ້ກັບທະນາຄານ ອິນໂດຈີນ.


ຂ້າພະເຈົ້າ ສັນຍາກັບຕົວເອງສະເໝີວ່າ ຂ້າພະເຈົ້າຕ້ອງພັດທະນາຕົນເອງໃຫ້ສູງຂຶ້ນ ແລະ ເມື່ອສຳເລັດແລ້ວ ຕ້ອງຊ່ວຍເຫຼືອເພື່ອນມະນຸດທີ່ດ້ອຍໂອກາດ, ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງມັກຊ່ວຍເຫຼືອຄົນ ໂດຍສະເພາະການຊ່ວຍເຫຼືອດ້ານການສຶກສາໃຫ້ກັບນ້ອງໆນັກຮຽນ, ເຊິ່ງເປົ້າໝາຍຂອງຂ້າພະເຈົ້າ ກົງກັບ ແນວທາງຂອງທະນາຄານອິນໂດຈີນ ຈຶ່ງຕັດສີນໃຈເລືອກເປັນ Brand ambassador ໃນຄັ້ງປະຫວັດສາດນີ້.

ນອກຈາກ ສົ່ງເສີມໂຄງການຊ່ວຍເຫຼືອສັງຄົມແລ້ວ ບົດບາດຂອງ Brand Ambassador ຍັງສ້າງການຮັບຮູ້ ເຖິງການບໍລິການ ແລະ ຜະລິດຕະພັນທີ່ຫຼາກຫຼາຍ ຂອງທະນາຄານ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າເຖິງປະຊາຊົນຫຼາຍທີ່ສຸດ ດ້ວຍຂໍ້ສະເໜີ ຟຣີຄ່າທຳນຽມໆຕ່າງໆ, ໃຫ້ຜົນຕອນແທນສູງ ແລະ ຍັງມີໂຄງການສົມມະຄຸນໃນແຕ່ລະ

ຜະລິດຕະພັນ ບໍ່ວ່າຈະເປັນ: ບັດສາກົນຕ່າງ, ແອັບ IB Cool, ບັນຊີເງິນຝາກ ແລະ ສິນເຊື່ອ ທີ່ຈະສະໜອງຄວາມຕ້ອງການ ທີ່ຫຼາກຫຼາຍຂອງ ລູກຄ້າທູກກຸ່ມ ທຸກຄົນຢ່າງແນ່ນອນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.