2 ບໍລິສັດຈາກ ສສ ຫວຽດນາມ ຄື: ບໍລິສັດTDG Global Investment Joint Stock Company ແລະ ບໍລິສັດ FRA Holding., JSC ສົນໃຈລົງທຶນລ້ຽງງົວ ແລະ ຄວາຍ ຕິດພັນກັບ ການເຮັດກະສິກໍາ ຢູ່ເຂດຜາບັງ ເມືອງເຊໂປນ ແຂວງສະຫວັນນະເຂດ ຊຶ່ງທັງ 2 ບໍລິສັດດັ່ງກ່າວໄດ້ມີການເຊັນສັນຍາສໍາຫຼວດ ແລະ ສຶກສາຄວາມ
ເປັນໄປໄດ້ກັບ ພະແນກແຜນການ ແລະ ການລົງທຶນແຂວງສະຫວັນນະເຂດແລ້ວເມື່ອມໍ່ໆມານີ້ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ , ຕາງໜ້າອໍານາດການປົກຄອງ ແຂວງສະຫວັນນະເຂດເຊັນໂດຍທ່ານ ຄໍາຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຄໍາຈັນ ສີດາວົງ ຫົວໜ້າພະແນກກະສິກໍາ
ແລະ ປ່າໄມ້ແຂວງ, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ, ທ່ານ ສີໂທ ທໍລະທາ ຮອງຫົວໜ້າຫ້ອງວ່າການ ປົກຄອງ ແຂວງ ແລະ ຕາງໜ້າບໍລິສັດເຊັນໂດຍທ່ານ ລີ ມິນ ຫຽວ (LE MINHHIEU) ອໍານວຍການບໍລິສັດ TDG Global Investment Joint Stock Company ແລະ ທ່ານ ດັງ ກວັກ ຮຸຍ(DANG QUOC HUY) ອໍານວຍການບໍລິສັດ FRA Holding., JSC.
ນັບຈາກນີ້ ທັງ 2 ບໍລິສັດຈະມີການສຶກສາຄວາມເປັນໄປໄດ້ກ່ຽວກັບການປູກຫຍ້າ, ການລ້ຽງສັດປະເພດງົວ ແລະ ຄວາຍ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກທໍາມະຊາດ ຢູ່ເຂດຜາບັງ ເມືອງເຊໂປນ ແຂວງສະຫວັນນະເຂດໂດຍມີເນື້ອທີ່ທັງ ໝົດຈໍານວນ 300 ເຮັກຕາ ຊຶ່ງຈະໃຊ້ເວລາໃນການສຶກສາຄວາມເປັນໄປໄດ້ 3-6 ເດືອນ ແລະ 2 ບໍລິສັດ ໄດ້ມອບເງິນຈໍານວນ 30.000 ໂດລາ ເພື່ອເປັນເງິນຄໍ້າປະກັນໂຄງການ.
ແຫຼ່ງຂໍ້ມູນ: ພະແນກແຜນການ ແລະ ການລົງທຶນແຂວງສະຫວັນນະເຂດ