ເຈົ້າໜ້າທີ່ ດໍາເນີນຄະດີ ກັບເຈົ້າຂອງຮ້ານຂາຍເຂົ້າໜົມທີ່ມັດເດັກນ້ອຍອາຍຸ 7 ປີ ໃສ່ກັບລົດຈັກ

0
151

ເລື່ອງນີ້ຈາກການຈັບເດັກນ້ອຍອາຍຸພຽງ7 ປີມາມັດໄວ້ ພຽງເພາະຢາກກິນເຂົ້າໜົມນັ້ນ ເຈົ້າໜ້າທີ່ເຫັນວ່າເປັນກການກະທຳທີ່ເກີນກວ່າເຫດ, ເຖິງແມ່ນກ່່ອນໜ້ານີ້ ທັງຜົວ ແລະເມຍຜູ້ກໍ່ເຫດເອງໄດ້ອອກມາຂໍໂທດສັງຄົມແລ້ວກໍ່ຕາມ ໃນສ່ວນຂອງກົດໝາຍຕ້ອງດຳເນີນຕໍ່ ພ້ອມທັງປົວແປງຈິດໃຈເດັກຄົນນັ້ນໃຫ້ສົມເຫດສົມອີກດ້ວຍ.


ຈາກເຫດການກ່ອນໜ້ານີ້ໄດ້ມີເຈົ້າຂອງຮ້ານຂາຍເຄື່ອງມັດເດັກນ້ອຍຕິດກັບລົດຈັກ ຈົນກາຍເປັນກະແສສັງຄົມໂຈມຕີວິພາກວິຈານວ່າເຮັດເກີນກ່ວາເຫດ, ໃນວັນທີ 7 ມີນາ 2023, ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ໄດ້ນໍາຕົວເຈົ້າຂອງຮ້ານມາທຳການສຶບສວນ-ສອບສວນ ສຶກສາອົບຮົມ ແລະ ດໍາເນີນຄະດີຕາມຂັ້ນຕອນລະບຽບກົດໝາຍ.


ພັຕ ພູມໃຈ ເພັດສົມພູ ຫົວໜ້າພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ແຂວງໄຊສົມບູນ ຖະແຫຼງຂ່າວວ່າ: ຕໍ່ກັບເຫດການດັ່ງກ່າວເກີດຂຶ້ນທີ່ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ, ປກສ ແຂວງໄຊສົມບູນ ອອກຄໍາສັ່ງເປີດການສືບສວນ-ສອບສວນ ໂດຍໄດ້ນຳຕົວຜູ້ກໍ່ເຫດ (ກໍຄືເຈົ້າຂອງຮ້ານ) ມາສອບສວນຫາສາເຫດໃນການກະທຳຄັ້ງນີ້.

ພ້ອມທຳການສຶກສາອົບຮົມຕາມລະບຽບກົດໝາຍ ຈິ່ງໄດ້ເຫັນສາເຫດເກີດຂຶ້ນຄື: ຍ້ອນເດັກຄົນດັ່ງກ່າວໄດ້ເຂົ້າມາລັກເຂົ້າໜົມ, ເຄື່ອງດື່ມຈຳນວນໜຶ່ງຂອງທາງຮ້ານ, ເຈົ້າຂອງຮ້ານຈຶ່ງພົບເຫັນ ພ້ອມຈັບຕົວເດັກມັດຕິດກັບລົດຈັກຕາມທີ່ເຫັນໃນສື່ສັງຄົມອອນລາຍ.


ເພື່ອປົກປ້ອງເດັກທີ່ຖືກໃຊ້ຄວາມຮຸນແຮງໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງ, ເຈົ້າໜ້າທີ່ພວກເຮົາໄດ້ເອົາໃຈໃສ່ຂຸ້ນຂ້ຽວເລັ່ງທຳການສືບສວນ-ສອບສວນ ຈັດຕັ້ງປະຕິບັດໃຫ້ມີຄວາມຍຸຕິທຳຕໍ່ເດັກຜູ້ເຄາະຮ້າຍ ແລະ ຈະໃຫ້ຄວາມຍຸຕິທຳທັງສອງຝ່າຍ.

ຂ່າວ: ປກສ ໄຊສົມບູ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.