ປກສ ເມືອງທ່າແຂກ ແຂວງຄຳມ່ວນ ມ້າງຄະດີຢາເສບຕິດ ກັກຕົວເປົ້າໝາຍ ແລະ ຜູ້ຊັກທອດ

0
42

ໃນວັນທີ 13 ມັງກອນ 2023 ຜ່ານມາ, ທາງເຈົ້າໜ້າທີ່ພະແນກຕຳຫຼວດ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງທ່າແຂກ, ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີຈຸດມົ້ວສຸມ,ຄ້າ-ຂາຍ, ຈຳໜ່າຍ ແລະ ເສບຢາເສບຕິດ ຢູ່ເຂດບ້ານຍາງເກົ່າ ເມືອງທ່າແຂກ ເມື່ອໄດ້ຮັບການລາຍງານດັ່ງນັ້ນແລ້ວ

ທາງເຈົ້າໜ້າທີຕຳຫຼວດໜ່ວຍງານວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມເໝື່ອງບ່າ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມເປົ້າໝາຍ ເຫັນວ່າມີຄວາມຈິງແທ້.

ມາຮອດເວລາປະມານ 08:00ໂມງເຊົ້າຂອງວັນດຽວກັນທາງເຈົ້າໜ້າທີ່ ໜ່ວຍງານວິຊາສະເພາະ ປກສ ເມືອງທ່າແຂກຈຶ່ງໄດ້ນຳກຳລັງເຂົ້າກັກຕົວເປົ້າ ໝາຍຢູ່ເຮືອນຂອງຜູ້ກ່ຽວ,ພ້ອມກວດຄົ້ນຈຶ່ງພົບເຫັນຂອງກາງຢາບ້າ ຈຳນວນ 93 ເມັດ. ຜ່ານການສືບສວນ-ສອບສ່ວນຂອງເຈົ້າໜ້າທີ່ຕຳຫຼວດ ຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວແສງສຸລີ ເດດລືສັກ

ຫຼື(ທ້າວຄະລຶກ) ອາຍຸ 22 ປີເປັນປະຊາຊົນຢູ່ບ້ານ ຍາງເກົ່າ ເມືອງທ່າແຂກ ແຂວງຄຳມ່ວນ. ພ້ອມຮັບສາລະພາບຕື່ມອີກວ່າ ຢາບ້າຈຳນວນດັ່ງກ່າວ ແມ່ນຊື້ມາຈາກ ທ້າວ ຕ້ອມ ລາດສົມບັດ ຢູ່ບ້ານ ນາບົງ ເມືອງທ່າແຂກ ແຂວງຄຳມ່ວນ.

ຕໍ່ມາໃນເວລາປະມານ 16:00ໂມງ ຂອງວັນທີ່ 14 ມັງກອນ 2023 ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ນຳກຳລັງລົງຕິດຕາມ ເພື່ອນຳກັກຕົວ ເປົ້າໝາຍທີ່ຊັກທອດ ຈາກລາຍຄະດີດັ່ງກ່າວ ຢູ່ເຂດບ້ານນາບົງ ເມືອງທ່າແຂກ ຈຶ່ງສາມາດກັກຕົວ ທ້າວຕ້ອມ ລາດສົມບັດ ອາຍຸ 33 ປີ ເປັນປະຊາຊົນຢູ່ບ້ານ ນາບົງ ພ້ອມ

ຢຶດເຄື່ອງຂອງກາງຢາບ້າ ຈຳນວນ 02 ມັດກັບ 07 ຖົງ. ມາດຳເນີນຄະດີຕາມລະບຽບກົດໝາຍ.ຄະດີດັ່ງກ່າວທາງເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແມ່ນພວມເລັ່ງສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການດ່ຽວກັນມາດຳເນີນຄະດີຕໍ່ໄປ.

ທີ່ມາ: ຄວາມສະຫງົບແຂວງຄຳມ່ວນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.