ເຈົ້າໜ້າທີ່ ຈັບຂະບວນຂົນສົ່ງຢາເສບຕິດຂ້າມປະເທດ ຈາກລາວໄປຫວຽດນາມ

0
114

ທາງການຫວຽດນາມໄດ້ລາຍງານວ່າ: ວັນທີ 11 ມີນາ 2023 ເຈົ້າໜ້າທີ່ໄດ້ທຳລາຍຂະບວນການຂົນສົ່ງຢາເສບຕິດຈາກລາວ ໄປຫາຫວຽດນາມ.

ພະແນກພາສີແຂວງກວາງຈີ Quang Tri ປະເທດຫວຽດນາມ ສົມທົບກັບເຈົ້າໜ້າທີ່ຫຼາຍພາກສ່ວນໄດ້ເຮັດການ ສະກັດກັ້ນແກ້ງຄ້າຢາເສບຕິດຈາກລາວ ທີ່ຈະຂົນຢາເສບຕິດໄປຫວຽດນາມ.

ໃນວັນທີ 7 – 8 ມີນາ ດ່ານພາສີຊາຍແດນແຂວງກວາງຈີ ໄດ້ກວດພົບຢາເສບຕິດຈຳນວນໜຶ່ງໃນກະເປົາ ໃນພາຫະນະທີ່ພວມດຳເນີນຂັ້ນຕອນການເຂົ້າຫວຽດນາມ.

ວັນ​ທີ 9 ມີນາ​ ຜ່ານ​ການ​ສືບສວນ ​ເຈົ້າ​ໜ້າ​ທີ່ສາມາດ​ຈັບ​ຕົວ​ຜູ້ຖືກສົງໄສອາຍຸ 37 ປີ ​ແລະ ອາ​ໄສ​ຢູ່ແຂວງ​ດ່າ​ນັງ ​ໄດ້ຖືກຈັບໃນຂໍ້​ຫາ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ດ້ວຍ​ລົດ​ຍົນ​ຈາກ​ລາວ​ໄປ​ຫວຽດນາມ.

ພ້ອມ​ກັນ​ນັ້ນ ຍັງ​ຍຶດ​ໄດ້​ຢາ​ເສບ​ຕິດ​ປະມານ 2,1 ກິ​ໂລ ​ເຄ​ຕາ​ມີນ 3 ກິ​ໂລ​ແລະ ​ຢາ​​ສັງ​ເຄາະ​ອີກ 1,4 ກິ​ໂລ​ໃນ​ພາຫະນະ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.