ເຫດລົດໂມ້ປູນເບກແຕກ ຕໍາກັບລົດຈັກ ມີຜູ້ເສຍຊີວິດຄາທີ່ 1 ຄົນ ຢູ່ເສັ້ນທາງເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

0
46

ເວລາ 9:50 ໂມງຂອງວັນທີ 13 ມີນາ 2023 ເກີດອຸບັດຕິເຫດລົດໂມ້ປູນເບກເຕກ ຕໍາເອົາລົດຈັກທີ່ຈອດສະລໍໄຟອໍານາດ ຢູ່ເສັ້ນທາງເຂດບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດຈັກຖືກລົດໂມ້ປູນຢຽບ ເສຍຊີວິດຄາທີ່.

ພັຕ ວິໄຊ ວິໄລສານ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ທອງໃສ ອາຍຸ 33 ປີ ສັນຊາດລາວ ອາຊີບຂັບລົດ ພັກເຊົາຢູ່ບ້ານ ໜອງພະຍາ ເມືອງໄຊທານີ ໄດ້ຂັບຂີ່ລົດໂມ້ປູນ ຍີຫໍ້ອີຊູຊຸ ໝາຍເລກທະບຽນ ບກ 7063 ກໍາແພງນະຄອນ ມຸ້ງໜ້າມາແຕ່ຕະຫຼາດຫົວຂົວ ພໍຮອດຈຸດເກີດເຫດໄກ

ຈະຮອດ 4 ແຍກໄຟອໍານາດທາດຫຼວງ ແລະ ມີລົດທາງໜ້າຈໍານວນຫຼາຍຄັນຢຸດຈອດລໍຖ້າໄຟອຳນາດຢູ່ ແຕ່ບັງເອີນລົດຄັນດັ່ງກ່າວເກີດເບກແຕກ ຜູ້ຂັບຂີ່ລົດໂມ້ປູນຈຶ່ງຮ້ອງໃສ່ລົດຄັນທາງໜ້າວ່າເບກແຕກກ່ອນຕໍາເອົາລົດຈັກ 2 ຄັນທີ່ຈອດຖ້າໄຟຂຽວ ເຮັດໃຫ້ຜູ້ຂັບຂີ່ລົດຈັກເວບໂຄລາວໝາຍເລກທະບຽນ ຍກ 7502 ກໍາແພງນະຄອນ ຮູ້ໂຕໂດດ

ອອກຈາກລົດ, ສ່ວນລົດຈັກໂຊນິກ ໂຄລາວ ໝາຍເລກທະບຽນ ດສ 6317 ກໍາແພງນະຄອນ ຂັບຂີ່ໂດຍທ້າວ ຄໍາຫອມ ອາຍຸ 40 ປີ ພະນັກງານ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ບໍ່ໄດ້ຍິນສຽງຮ້ອງ ຈຶ່ງຖືກຕໍາເອົາລາກໄປກັບລົດ; ພໍລົດໄດ້ຕໍາເອົາລົດຈັກ 2 ຄັນ ຜູ້ຂັບຂີ່ຍ້ານເກີດອຸບັດຕິເຫດຫຼາຍຄັນຈຶ່ງໄດ້ຕັດສິນໃຈຫັກພວງມະໄລລ້ຽວອອກມາ

ທາງຂົວມື ເພື່ອໃຊ້ຟຸດບາດທາງຢຸດລົດ ເຮັດໃຫ້ຜູ້ຂັບຂີ່ລົດຈັກທີ່ຕິດຢູ່ໜ້າລົດຕໍາກັບຟຸດບາດທາງພົ້ນຂຶ້ນໄປທາງຄົນຍ່າງ ເສຍຊີວິດຄາທີ່.

ຕໍ່ກັບອຸບັດຕິເຫດດັ່ງກ່າວນີ້ ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ ( ເບກແຕກ ); ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍາລັງເລັ່ງສອບສວນ ແລະ ເກັບກໍາຂໍ້ມູນຫຼັກຖານ ເພື່ອປະກອບໃສ່ສໍານວນຄະດີ ສົ່ງຕາມຂັ້ນຕອນວິຊາສະເພາະ.

ຂ່າວ: ຈັນສະໝອນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.