ສປປ ລາວ ກຽມເປັນເຈົ້າພາບ 2 ກອງປະຊຸມ ໃຫຍ່ລະດັບສາກົນ ໃນຕົ້ນເດືອນ ເມສາ 2023

0
73

ກອງປະຊຸມ ລາຍງານຄວາມຄືບໜ້າຮອບດ້ານໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 4 ແລະ ກອງປະຊຸມວິຊາການລະດັບສາກົນ ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 2-5 ເມສາ 2023 ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2023 ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມເປັນປະທານຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ທັງເປັນຮອງຫົວໜ້າຄະນະຊີ້ນໍາລວມໃນການກະກຽມກອງປະ ຊຸມສຸດຍອດ ຄມສ ຄັ້ງທີ 4 ໄດ້ ລາຍງານຄວາມຄືບໜ້າການກະກຽມ ເປັນເຈົ້າພາບ ກອງປະຊຸມສຸດຍອດ ຄມສ ຄັ້ງທີ 4

ວ່າ: ມາຮອດປັດຈຸບັນ, ໃນນາມກະຊວງເຈົ້າພາບ ທັງເປັນຮອງປະທານຄະນະຊີ້ນໍາລວມ ແມ່ນໄດ້ອອກຂໍ້ຕົກ ລົງວ່າດ້ວຍການ ແຕ່ງຕັ້ງອະນຸກໍາມະການກະກຽມກອງປະຊຸມຂຶ້ນມາທັງໝົດ 9 ອະນຸກໍາມະການ, ແຕ່ລະອະນຸກໍາມະການໄດ້ກະກຽມວຽກງານຂອງຕົນຕາມການມອບໝາຍ ຊຶ່ງມີຄວາມຄືບໜ້າແຕ່ລະດ້ານດັ່ງນີ້:

1. ສໍາເລັດນໍາສົ່ງບັດເຊີນຫາປະເທດສະມາຊິກ ຄມສ ແລະ ປະເທດຄູ່ຮ່ວມພັດທະນາ ຄມສ, ສໍາລັບບັດເຊີນ ທີ່ຈະເຊີນປະເທດຄູ່ຮ່ວມເຈລະຈາ (ສປ ຈີນ ແລະ ສະຫະພາບມຽນມາ) ແມ່ນພວມດໍາເນີນການ ແລະ ຈະສົ່ງອອກໄວໆນີ້.

2. ສໍາເລັດຮ່າງຖະ ແຫລງການຂອງກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 ໂດຍຜ່ານກອງປະຊຸມຂັ້ນວິຊາການ ຮ່ວມກັບບັນດາປະເທດສະມາຊິກ ຄມສ ຈໍານວນ 3 ຄັ້ງ ຊຶ່ງຮ່າງຖະແຫລງການສະບັບທີ 6 ແມ່ນໄດ້ນຳສະເໜີຫາຂັ້ນນຳ ຂອງປະເທດສະມາຊິກ ຄມສ ຮັບຊາບ ແລະ ພິຈາລະນາ,

3. ສໍາເລັດຮ່າງບົດກ່າວຕ່າງໆຂອງ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນມື້ງານລ້ຽງອາຫານຄໍ່າ (Gala Dinner) ຂອງວັນທີ 4 ເມສາ 2023 ແລະ ໃນມື້ກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 ໃນວັນທີ 5 ເມສາ 2023,

4. ສໍາເລັດຮ່າງປຶ້ມຄູ່ມືດ້ານການບໍລິຫານ (Admin book), ປຶ້ມຄູ່ມືການເຂົ້າຮ່ວມກອງປະຊຸມ ຂອງຄະນະຜູ້ແທນກອງປະຊຸມ, ແລະ ປຶ້ມຄູ່ມືຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສໍາເລັດອອກແບບ Logo ຂອງກອງປະຊຸມສຸດຍອດ ແລະ ໄດ້ຮັບຮອງຢ່າງເປັນທາງການ.

ວຽກກອງເລຂາ ໄດ້ຈັດກອງປະຊຸມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງພາຍໃນ, ວັນທີ 23 ມັງກອນ 2023 ໄດ້ປະສານສົມທົບ ເພື່ອປຶກສາຫາລືກັບອະນຸກໍາມະການດ້ານຕ່າງໆ ແລະ ກອງເລຂາ ຄມສ ຫລາຍກວ່າ 10 ຄັ້ງ ເພື່ອການກະກຽມ ແລະ ແບ່ງຄວາມຮັບຜິດຊອບວຽກງານຢ່າງລະອຽດ ເລີ່ມແຕ່ຂອດການກະກຽມອຸປະກອນ, ສະຖານທີ່,

ບຸກຄະລາກອນ, ໂຄສະນາເຜີຍແຜ່ກອງປະຊຸມ ແລະ ງົບປະມານຮັບໃຊ້ກອງປະຊຸມຢ່າງເປັນລະບົບຄົບຊຸດ, ວຽກບໍລິຫານ-ພິທີການ ໄດ້ສໍາເລັດການປະສານກັບກອງເລຂາ ຄມສ ໃນການກະກຽມສະຖານທີ່ປະຊຸມ ແລະ ໄດ້ສໍາເລັດອອກແບບ ແຜນວາດຂອງຫ້ອງປະຊຸມ ແລະ ບ່ອນນັ່ງຂອງຜູ້ແທນກອງປະຊຸມ, ລວມທັງການກະກຽມສະຖານທີ່ງານ

ລ້ຽງອາຫານຄໍ່າ, ສໍາເລັດການຄັດເລືອກລາຍການອາຫານເບື້ອງຕົ້ນ ສໍາລັບກອງປະຊຸມລັດຖະມົນຕີ, ກອງປະຊຸມສຸດຍອດ ແລະ ງານລ້ຽງອາຫານຄໍ່າ ຊຶ່ງໄດ້ໃຊ້ບໍລິການຈາກຮ້ານອາຫານລາວພລາຊາ ແລະ ຮ້ານອາຫານລາວເດີມ, ສໍາເລັດນໍາສົ່ງຂໍ້ມູນທີ່ພັກສໍາລັບຫົວໜ້າຄະນະຜູ້ແທນ (ຂັ້ນນາຍົກລັດຖະມົນຕີ) ຂອງປະເທດສະມາຊິກ ຄມສ ແລະ ຄະນະ ຊຶ່ງປະກອບມີ: ໂຮງແຮມແລນມາກ, ຄຣາວພລາຊາ, ລາວພລາຊາ ແລະ ເມືອງເທັ໋ງ.

ມາຮອດປັດຈຸບັນ, ໄດ້ຮັບໜັງສືແຈ້ງ ຈາກສະຖານທູດຫວຽດນາມປະຈໍາ ສປປ ລາວ ວ່າຈະພັກທີ່ໂຮງແຮມຄຣາວພລາຊາ, ສໍາເລັດການເຜີຍແຜ່ ແລະ ແລກປ່ຽນບົດຮຽນຄວາມຮູ້ພື້ນຖານກ່ຽວກັບວຽກງານພິທີການທູດ ສໍາລັບໜ່ວຍງານ LO ຮ່ວມກັບກົມພິທີການທູດ ໃນວັນທີ 28 ມີນາ 2023, ໄດ້ປະສານສົມທົບກັບກະຊວງຖະແຫລງຂ່າວ,

ວັດທະ ນະທໍາ ແລະ ທ່ອງທ່ຽວ ໃນການກະກຽມລາຍການສິລະປະການສະແດງສໍາລັບງານລ້ຽງອາຫານຄໍ່າຂອງວັນທີ 4 ເມສາ 2023 ໂດຍສໍາເລັດການຄັດເລືອກລາຍການສະແດງ ເບື້ອງຕົ້ນ ແລະ ໄດ້ນໍາສະເໜີຫາກະຊວງການຕ່າງປະ ເທດ ເພື່ອພິຈາລະນາ, ໄດ້ເລີ່ມຕິດຕາມເອົາຂໍ້ມູນແຜນການເດີນທາງຂອງຄະນະຜູ້ແທນຈາກ 3 ປະເທດ

ສະມາຊິກ ແລະ 2 ປະເທດຄູ່ຮ່ວມເຈລະຈາ, ໄດ້ແບ່ງຄວາມຮັບຜິດຊອບລະຫວ່າງ ກົມພິທີການທູດ, ກະຊວງການຕ່າງປະ ເທດ ແລະ ກອງເລຂາ ຄມຊ ໃນການກະກຽມຕ້ອນຮັບຄະນະຜູ້ແທນຂັ້ນສູງ ຈາກປະເທດສະມາຊິກ ຄມສ ພ້ອມດ້ວຍຄູ່ຮ່ວມເຈລະຈາ ທີ່ຈະເຂົ້າຮ່ວມກອງປະຊຸມກະກຽມກອງປະຊຸມສຸດຍອດ ຄມສ ໃນວັນທີ 4 ເມສາ

2023 ແລະ ກອງປະຊຸມສຸດຍອດ ໃນວັນທີ 5 ເມສາ 2023, ໄດ້ປະສານງານ ກັບ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ແລະ ກະຊວງການຕ່າງປະເທດ ເພື່ອກະກຽມພາຫະນະຮັບໃຊ້ຜູ້ແທນ, ລວມທັງປັບປຸງແຜນງົບປະ ມານສໍາລັບພາຫະນະຮັບໃຊ້ຄະນະຜູ້ແທນ ກ່ອນນໍາສົ່ງກອງເລຂາ ຄມຊ ພິຈາລະນາງົບປະມານ, ວຽກງົບ

ປະມານ-ການເງິນ ສໍາເລັດແຜນງົບປະມານ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ແລະ ຫ້ອງພັກເຊົາຂອງຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກ ຊຶ່ງເປັນການສົມທົບຈາກລັດຖະບານຂອງ ສປປ ລາວ (ໃນນາມປະເທດເຈົ້າພາບ) ຫາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ປັດຈຸບັນ ແມ່ນລໍຖ້າການພິຈາລະນາ, ວຽກປ້ອງກັນຊາດ-

ປ້ອງກັນຄວາມສະຫງົບ ໄດ້ສໍາເລັດຈັດກອງປະຊຸມປຶກສາຫາລືກັບ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບວຽກງານປ້ອງກັນໃນໄລຍະດໍາເນີນກອງປະຊຸມ ແລະ ໄດ້ຮັບແຜນໃຊ້ຈ່າຍງົບປະມານເຂົ້າໃນວຽກງານປ້ອງກັນເປັນທີ່ ຮຽບຮ້ອຍແລ້ວ, ວຽກການປະຖົມພະຍາບານ ແລະ ສາທາລະນະສຸກ ໄດ້ມີການປະສານສົມ ທົບກັບກະຊວງສາທາລະນະສຸກ ລວມທັງການຂຶ້ນແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.