ເພື່ອຫວັງເອົາປຽບລູກຄ້າ? ພໍ່ຄ້າຂາຍຖົ່ວລຽນແຫ່ງໜຶ່ງ ໂກງຕາຊິງ ແຖມຖືກບອກວ່າເຈົ້າໂງ່ເອງ

0
76

ທຸກມື້ນີ້ຫາເງິນຍາກແລ້ວ ໃສຈະຄ່າຄອງຊີບທີ່ເພີ້ມສູງຂື້ນ ແມ່ນໃຜກໍ່ດິ້ນລົນຫາເງິນຢ່າງເອົາເປັນເອົາຕາຍລາຍໄດ້ດຽວຊູມື້ນີ້ຍັງບໍ່ລອດເລີຍລາຍຈ່າຍຫຼາຍກວ່າລາຍຮັບ ຈະຊື້ຫັຍງກໍ່ຕ້ອງຄິດແລ້ວຄິດອີກວ່າສົມຄວນຊື້ບໍ່ ແຕ່ຖ້າໃຜມີເງິນມີກິນ ເຫຼືອໃຊ້ແລ້ວກໍ່ແລ້ວໄປ ອີກຢ່າງກ່ອນຈະຊື້ຫັຍງເຮົາກໍ່ຢາກເລືອກຢາກໄດ້ແຕ່ສິ່ງດີໆ ໃຫ້ກັບຕົນເອງຢູ່ແລ້ວ ຍິ່ງອັນໃດທີ່ຊື້ມາເຮົາກໍ່ຕ້ອງຢາກໄດ້ສິ່ງທີ່ດີທີ່ສຸດແລະຄິດວ່າມັນຄຸ້ມຄ່າກັບເງິນທີ່ເສຍໄປ ລ່າສຸດເກີດເຫດການ

ປັດຈຸບັນເຮົາກໍຍັງພົບເຫັນບາງຈຳນວນພໍ່ຄ້າແມ່ຄ້າ ທີ່ຍັງມີການໂກງຕາຊິງ ເພື່ອຫວັງເອົາປຽບລູກຄ້າທີ່ມາຊື້ນຳ.ໃນວັນທີ 15 ມີນາ 2022 ໄດ້ມີຜູ້ໃຊ້ເຟສບຸກໄດ້ມາໂພສເຕືອນໄພໃຫ້ແກ່ຜູ້ບໍລິໂພກວ່າ ໄດ້ໄປຊື້ຖົ່ວລຽນທີ່ ຮ້ານຂາຍຖົ່ວລຽນແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ເມື່ອພໍ່ຄ້າໄດ້ຊັ່ງຖົ່ວລຽນຂາຍໃຫ້ໄດ້ 1,3 ກິໂລ ແຕ່ເມື່ອໄດ້ເອົາໄປສັ່ງກັບຮ້ານອື່ນ ຖົ່ວລຽນທີ່ຊື້ມານັ້ນບໍ່ຮອດ 1 ກິໂລ ແລະ ເມື່ອເອົາຖົ່ວລຽນໄປສົ່ງຄືນ ພໍ່ຄ້າກັບບອກວ່າ “ເຈົ້າໂງ່ເອງ”.


ເພື່ອຫວັງເອົາປຽບລູກຄ້າ? ພໍ່ຄ້າຂາຍຖົ່ວລຽນແຫ່ງໜຶ່ງ ໂກງຕາຊິງ ແຖມຖືກບອກວ່າເຈົ້າໂງ່ເອງ


ເພື່ອຫວັງເອົາປຽບລູກຄ້າ? ພໍ່ຄ້າຂາຍຖົ່ວລຽນແຫ່ງໜຶ່ງ ໂກງຕາຊິງ ແຖມຖືກບອກວ່າເຈົ້າໂງ່ເອງ


ເພື່ອຫວັງເອົາປຽບລູກຄ້າ? ພໍ່ຄ້າຂາຍຖົ່ວລຽນແຫ່ງໜຶ່ງ ໂກງຕາຊິງ ແຖມຖືກບອກວ່າເຈົ້າໂງ່ເອງ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.