ຄົນເກີດວັນອາທິດ:ການງານການເດິນທາງໄກຕິດຕໍ່ວຽກງານມີໂອກາດຈະພົບຜູ້ອຸປະຖຳທີ່ດີ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃນໄລຍະນີ້ ຄວາມຮັກມີໂອກາດໄດ້ພົບຮັກກັບຄົນທີ່ສະເໜ່ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີມ່ວງ ເລກນຳໂຊກ1
ຄົນເກີດວັນຈັນ:ການງານສາມາດສ້າງສັນຜົນງານໄດ້ຢ່າງດີຢ້ຽມໃນດ້ານການງານ ການເງິນສາມາດຫາວິທີຫາເງິນເຂົ້າມາເພີ່ມໄດ້ຫຼາຍຂຶ້ນ ຄວາມຮັກ ຕັດສິນໃຈເລືອກຄົນທີ່ສ້າງຄວາມສຸກໃຫ້ກັບຕົນເອງ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ0
ຄົນເກີດວັນອັງຄານ:ການງານອາຊີບເປັນນັກການເຈລະຈາຕໍ່ລອງທາງທຸລະກິດຈະການຄ້າປະສົບຄວາມສຳເລັດດີ ການເງິນມີໂຊກຈະຮັບຊັບແບບບໍ່ທັນຕັ້ງໂຕໃນດ້ານການເງິນ
ຄວາມຮັກມີໂອກາດໄດ້ພົບຮັກ ກັບຄົນໃກ້ໂຕອາດມາໃນຖານະໝູ່ເພື່ອນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີແດງ ເລກນຳໂຊກ4
ຄົນເກີດວັນພຸດ:ການງານເລັ່ງໃນການເຈລະຈາຕິດຕໍ່ທຸລະກິດປະສົບຄວາມສຳເລັດ ການເງິນເກີດຄວາມເຄັ່ງຕຶງໃນເລື່ອງຂອງການຈ່າຍເງິນ ຄວາມຮັກມີໂອກາດພົບຄົນມີ ລັກສະນະຄວາມເປັນຜູ້ນຳມີອາຍຸຫຼາຍກວ່າທ່ານ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເທົາ ເລກນຳໂຊກ7
ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະປະສົບຄວາມສຳເລັດ ອາຊີບດ້ານວິສະວະກຳ ດ້ານບັນຊີຈະເລີນຮຸ່ງເຮືອງ ກ້າວໜ້າ ການເງິນມີການເດີນທາງຕິດຕໍ່ດ້ານວຽກງານແລ້ວຈະເຮັດໃຫ້ໄດ້ເງິນ ຄວາມຮັກມີໂອກາດພົບຄູ່ ພົບຄົນທີ່ຖືກໃຈເຂົ້າມາໃນໄວໆນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ9
ຄົນເກີດວັນສຸກ:ການງານເຮັດທຸລະກິດຈະການຄ້າອາຫານຫຼືການຂາຍອຸປະກອນສື່ສານໄດ້ຜົນກຳໄລດີ ການເງິນບໍລິວານຈະແນະນຳທາງທີ່ຈະເຮັດໃຫ້ທ່ານປະສົບຄວາມໂຊກດີທາງການເງິນ ຄວາມຮັກມີໂອກາດພົບຮັກໃນສະຖານທີ່ທ່ອງທ່ຽວທີ່ທ່ານໄປ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ8
ຄົນເກີດວັນເສົາ:ການງານປັບປ່ຽນກົນລະຍຸດການເຮັດວຽກງານສາມາດສ້າງຜົນງານ ແລະ ຜົນກຳໄລໄດ້ຫຼາຍຂຶ້ນ ການເງິນຈ່າຍອອກໄປຫຼາຍແຕ່ກໍຈະໄດ້ເງິນເຂົ້າມາເພີ່ມຂຶ້ນ
ຄວາມຮັກຍັງໃຫ້ສະຖານະຄົນທີ່ເຂົ້າມາເປັນໄດ້ແຕ່ໝູ່ເພື່ອນກັນ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີຂາວ ເລກນຳໂຊກ2