ວັນອາທິດ:ການງານຈະເຮັດທຸລະກິດສິ່ງໃດໃນຊ່ວງນີ້ຈະໂຊກດີໄປທຸກຢ່າງ ປະສົບຄວາມສຳເລັດ ຫລື ມີຄວາມກ້າວໜ້າຫລາຍໆ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ໃນຊ່ວງນີ້ມີພາລະການໃຊ້ຈ່າຍຄ່ອນຂ້າງຫລາຍເປັນພິເສດ ຄວາມຮັກຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ແລະ ມີໂອກາດໄດ້ພົບຄົນຜິວສອງສີເຂົ້າມາອີກຄົນໜຶ່ງໃຫ້ທ່ານໄດ້ເລືອກ ເຄື່ອງມຸງຄຸນເພັດສີຂຽວ ສີມຸງຄຸນເຫຼືອງອ່ອນ ເລກນຳໂຊກ7
ວັນຈັນ:ການງານມີການຕິດຕໍ່ການງານ ແລະ ການເດີນທາງທີ່ຄ່ອນຂ້າງຕະຫຼອດໃນຊ່ວງນີ້ ເຮັດໃຫ້ເກີດຄວາມເມື່ອຍຈົນສົ່ງຜົນຕໍ່ສຸຂະພາບ ຈຶ່ງຄວນມີການເບິ່ງແຍງ ສຸກຂະພາບໄປພ້ອມໆກັນ ການເງິນຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ເປັນໂຊກໃນຊ່ວງນີ້ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວເຊັ່ນກັນ ຄວາມຮັກມີເກນສຸກສົມຫວັງ ລົງໂຕກັບຄົນຮັກທີ່ມີອາຍຸຕ່າງກັນ ແຕ່ເລື່ອງຂອງເວລາຫລືການພົບກັນ ຄວນມີຫລາຍຂຶ້ນກວ່າເກົ່າຈຶ່ງຈະມີຄວາມສົມຫວັງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ9
ວັນຄານ:ການງານ ຈະເຮັດວຽກ ເຮັດທຸລະກິດໃດໆ ຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ເກີດຄວາມກ້າວໜ້າເປັນຢ່າງຫລາຍ ການເງິນໝຸນຫາໃຊ້ຈ່າຍໄດ້ຢ່າງຕໍ່ເນື່ອງ ການເງິນຢູ່ໃນເກນຊົງຕົວ ມີເລື່ອງທີ່ຕ້ອງຈ່າຍອອກໄປເປັນທຳມະດາ ຄວາມຮັກສຸກສົມຫວັງດ້ານຄວາມຮັກຢ່າງທີ່ໂຕເອງປາດຖະຫນາ ແຕ່ກໍຕ້ອງໃຊ້ໄລຍະເວລາເບິ່ງໃຈກັນໄປດົນໆ
ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ວັນພຸດ:ການງານຈະເຮັດທຸລະກິດສິ່ງໃດກໍຈະໄດ້ຮັບຜົນກຳໄລທີ່ດີ ຢູ່ໃນເກນກ້າວໜ້າປະສົບຄວາມສຳເລັດທີ່ດີໄດ້ໃນໄລຍະນີ້ ການເງິນຊ່ວງນີ້ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ແຕ່ກໍເປັນການຈ່າຍອອກໄປດ້ວຍຄວາມເຕັມໃຈ ເຊັ່ນໃນເລື່ອງຂອງການເຂົ້າສັງຄົມ ການຊື້ສິ່ງຂອງທີ່ຖືກໃຈເຂົ້າມາ ຫລືການເດີນທາງທ່ອງທ່ຽວ ຄວາມຮັກສຸກສົມຫວັງເລື່ອງຄວາມຮັກຢ່າງທີ່ຕົນເອງປາດຖະຫນາ ຫລືສາມາດປັບຄວາມເຂົ້າໃຈກັນໄດ້ ແລະ ສາມາດສານຄວາມສຳພັນຕໍ່ໄປໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ9
ວັນພະຫັດ:ການງານລັງເລໃນເລື່ອງການລົງທຶນ ແຕ່ກໍພະຍາຍາມວາງແຜນການເຮັດວຽກງານໃຫ້ຮອບຄອບໃຫ້ຫລາຍທີ່ສຸດ ແລະ ວາງແຜນເຜື່ອໄວ້ຫຼາຍໆ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ແຕ່ກໍສາມາດບໍລິຫານຈັດການໃຫ້ຜ່ານພົ້ນໄປໄດ້ສະເໝີ ຄວາມຮັກລະວັງຄວາມໃຈຮ້ອນຈະສົ່ງຜົນເສຍຕໍ່ຄວາມສຳພັນ ການໃຊ້ຄຳເວົ້າທີ່ຖະໜອມຄວາມຮູ້ສຶກຂອງກັນແລະກັນ ຈະເຮັດໃຫ້ເກີດຄວາມເຂົ້າໃຈກັນຫລາຍຍິ່ງຂຶ້ນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ2
ວັນສຸກ:ການງານຈະເຮັດທຸລະກິດການງານໃດໆ ກໍຈະປະສົບຄວາມສຳເລັດໄດ້ດີຂຶ້ນໃນຊ່ວງນີ້ ບໍ່ວ່າຈະເປັນງານດ້ານວົງການບັນເທີງ ດ້ານອາຫານ ດ້ານການເງິນ ຫລືການທະນາຄານ ການເງິນຈະມີຂ່າວດີທາງດ້ານການເງິນ ແຕ່ກໍຕ້ອງມີພາລະທີ່ຕ້ອງໃຊ້ຈ່າຍອອກໄປຕະຫລອດ ເມື່ອຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວ ຄວາມຮັກຍັງພິຈາລະນາໃນເລື່ອງເຫຼົ່ານີ້ຢູ່ ແລະ ຍັງບໍ່ຕັດສິນໃຈ ເພາະຕ້ອງການໃຫ້ເວລາເປັນເຄື່ອງພິສູດ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີແດງ ເລກນຳໂຊກ6
ວັນເສົາ:ການງານຕ້ອງເດີນທາງຕິດຕໍ່ງານຕະຫຼອດ ຕ້ອງວາງແຜນການເຮັດວຽກງານໃຫ້ດີ ແຕ່ກໍຈະປະສົບຄວາມສຳເລັດ ແລະ ຄວາມກ້າວໜ້າດ້ວຍຄວາມສາມາດຂອງຕົນເອງ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ແຕ່ກໍຈະສາມາດຫາເຂົ້າມາໄດ້ຢ່າງວ່ອງໄວ ແລະ ຍັງມີຄົນໃຫ້ການອຸບປະຖຳທາງດ້ານການເງິນອີກ ຄວາມຮັກຄວາມສຳພັນດ້ານຄວາມຮັກບໍ່ຖືວ່າດີ ແຕ່ກໍບໍ່ຢູ່ໃນເກນບໍ່ດີເກີນໄປ ຈຶ່ງຕ້ອງໃຊ້ເຫດຜົນເພື່ອສ້າງຄວາມເຂົ້າໃຈອັນດີຕໍ່ກັນ ຄວາມສຳພັນກໍຈະດີຂຶ້ນໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຄຣີມ
ເລກນຳໂຊກ8