ສຸດຍອດໄປເລີຍ ແມງມຸມລາວ 🇱🇦 ຕິດອັນດັບ #1 ແມງມຸມ ທີ່ມີຂະໜາດ ໃຫຍ່ທີ່ສຸດ ໃນໂລກ ຈັດໂດຍວາລະສານ ວິທະຍາສາດ ຂອງ BBC ປະເທດອັງກິດ ຫຼື BBC Focus Science Magazine ປະຈໍາປີ 2023.
ໃນການຈັດອັນດັບ Top 10: Biggest spiders in the world ຫຼື 10 ອັນດັບ ແມງມຸມ ທີ່ມີຂະໜາດ ໃຫຍ່ທີ່ສຸດໃນໂລກ ເຜີຍແຜ່ ໃນວັນທີ 19/03/2023 ຊີ້ໃຫ້ຮູ້ວ່າ:
ແມງມຸມ ປະເພດ Giant huntsman spider – Heteropoda maxima ເປັນແມງມຸມ ສາຍພັນ ທີ່ໃຫຍ່ທີ່ສຸດ ໃນໂລກ ໂດຍພວກມັນ ມີສ່ວນຂາ ທີ່ກ້ວາງອອກໄປ
ເຖິງ 30 ຊັງຕີແມັດ. ສາຍພັນນີ້ ສ່ວນໃຫຍ່ພົບເຫັນ ຢູ່ ສປປ ລາວ ແລະ ສ່ວນໃຫຍ່ ແມງມຸມຊະນິດນີ້ ຈະຢູ່ໃນຖໍ້າ. ຮູບຂ້າງເທິງ ແມ່ນຮູບຂອງ ແມງມຸມຫຍັກ ສາຍພັນ (Heteropoda maxima)
ຖ່າຍພາບໄດ້ຢູ່ໃນຖໍ້າ ໜອງປິງ ສປປ ລາວ ຖ່າຍໂດຍ: Alamy. 10 ອັນດັບ ແມງມຸມ ທີ່ໃຫຍ່ທີ່ສຸດ ມີດັງຕໍ່ໄປນີ້: 1. Giant huntsman spider Heteropoda maxima, ພົບເຫັນຢູ່ລາວ 2. Goliath bird-eating tarantula – Theraphosa blondi
3. Brazilian bird-eating tarantula – Lasiodora parahybana , 4. Brazilian giant tawny red tarantula – Grammostola anthracina
5. Chaco golden-knee tarantula – Grammostola pulchripes, 6. Face-sized tarantula – Poecilotheria rajaei , 7. Colombian giant redleg tarantula – Megaphobema robustum
8. Camel spider – Solifugae , 9. Brazilian wandering spider – Phoneutria fera , 10. Sand-dwelling huntsman spider – Cerbalus aravaensis